Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລັດຖະບານອະນຸມັດໃຫ້ຈີນພັດທະນາ ບຶງທາດຫຼວງແລ້ວ
Anonymous

Date:
ລັດຖະບານອະນຸມັດໃຫ້ຈີນພັດທະນາ ບຶງທາດຫຼວງແລ້ວ

ແມ່ນໃຜເຫັນດີ ນໍາໂຄງການນີ້ແດ່

Chinese firm to spend US$1.5b to develop That Luang marsh

The government has given the green light for a Chinese company to develop the 365-hectare That Luang marsh area of Vientiane as a specific economic zone, to stimulate socio-economic development in Laos.

The agreement to develop the marsh was reached yesterday in Vientiane between the government and the Wan Feng Shanghai real estate company of China.

Minister to the Government Office and Vice President of the Lao National Committee for Special Economic Zones (NCSEZ) Ms Bounpheng Mounphosay and Vice Mayor of Vientiane Mr Anouphab Tounalom represented the government in signing the agreement.

The Chinese side included Wan Feng Shanghai President Mr Guo Ping Huang and company representative Mr Wei Ping Zhou. The signing was witnessed by Deputy Prime Minister and NCSEZ President Mr Somsavat Lengsavad, Chinese Ambassador to Laos Ms Bujinguo, and other high ranking officials.

Under the agreement, Wan Feng Shanghai will spend 12,000 billion kip (more than US$1.5 billion) to develop the marsh into a tourist attraction and cultural centre.

The company will create a large lagoon in the centre of the new urban area and develop infrastructure in line with the government's plan to ensure that waste water is properly drained off.

Wan Feng Shanghai will build the new zone on 303 hectares and leave 62 hectares undeveloped. The project site includes six villages in Xaysettha and Sisattanak districts - Nonvai, Meuang Noi, Nonkhor Neua, Phonthan, Phonpapao and Donekoi.

The development will include open spaces, a public park, lagoon, drainage, roads, a sports centre, and trade and service centres that contain five-star hotels, shopping centres and entertainment venues.

The project will also include a residential area and facilities that it is hoped will attract tourists to Laos.

Mr Guo Ping Huang said the company believed it would take 15 to 20 years to complete the development.

The first phase is expected to start in February next year, when some facilities will be built for the Asia-Europe Meeting Summit in November.

It is envisaged that the project will provide an exciting new feature for Laos while creating an attractive environment that everyone can enjoy.

The project will not only generate revenue for Laos and boost economic growth but will also create jobs and enable local people to ease their poverty.

Vientianetimes

__________________
Anonymous

Date:
RE: ລັດຖະບານອະນຸມັດໃຫ້ຈີນພັດທະນາ ບຶງທາດຫຼວງແລ້ວ

ເຫັນດີຖ້າເພິ່ນໃຊ້ຄ່າຊົດເຊີຍໃຫ້ຜູ່ທີ່ຖືກຍົກຍ້າຍຢ່າງຖືກຕ້ອງເໝາະສົມ.

__________________
Anonymous

Date:

ຊາວບາ້ນທີ່ຢູອອ້ມແອ້ມແຖວນັ້ນທີ່ຖືກຜົນກະທົບໂດຍກົງແນ່ນອນ ເຂົາບໍ່ເຫັນດີ ເພາະບຶງທາດຫຼວງແມ່ນວິຖີຊີວິດຂອງເຂົາ ແຕ່ເຂົາຄົງຈະບໍ່ມີໂອກາດໄດ້ເຂົ້າມາໂພສວ່າຮູ້ສຶກຢ່າງໃດ (ເບິ່ງຕາມຮູບປະກອບ)

ສຳລັບຜູ້ທີ່ບໍ່ຖືກຜົນກະທົບໂດຍກົງຢາກເວົ້າແນວໃດກາໄດ້

ອັນວ່າຄ່າຊົດເຊີຍເໝາະສົມຫັ້ນ ບໍ່ຕອ້ງເວົ້າເຖິງດອກ

__________________
Anonymous

Date:

ສອງມື້ກ່ອນ ບອກວ່າ ຢີ່ປຸ່ນ ຈະພັດທະນາບຶງທາດຫຼວງ

ມາມື້ນີ້ ຂ່າວບອກວ່າ ລັດທະບານ ເຊັນກັບຈີນໄປແລ້ວ

ຕົກລົງແລ້ວໃຜຊິເປັນຜູ້ສ້າງ

ດິນດອນຕອນຫຍ້າ ຢູ່ປະເທດລາວ ມີບໍ່ອຶດບໍ່ຢາກ ເປັນຫຍັງມັກມາທໍາລາຍ ບ່ອນທີ່ເປັນ

ລະບົບນິເວດວິທະຍາຂອງປະເທດ ບຶງທາດຫຼວງ ມັນເປັນປອດ ເປັນບ່ອນບໍາບັດນໍ້າເສີຍ ເປັນບ່ອນປ້ອງກັນນໍ້າຖ້ວມຂອງລາວ

ບໍ່ຄວນໄປແຕະຕ້ອງ

ບາດເກີດນໍ້າຖ້ວມມາ ຄືໄທ ແລ້ວ ຈຶ່ງມາຄິດນໍາຫຼັງ

ມັນສວຍໄປແລ້ວເດີ ສະຫາຍ 

__________________
Anonymous

Date:

ບຶງ​ທາດ­ຫລວງ​ກຳ­ລັງ​ຈະ ຖືກ​ສ້າງ​ໃຫ້​ເປັນ​ເມືອງ​ທ່ອງ ທ່ຽວ​ທຳ​ມະ​ຊາດ ແລະ ວັດ​ທະນະ​ທຳ ຫລັງ​ລັດ­ຖະ­ບານ​ເປີດ ໄຟ​ຂຽວ​ໃຫ້​ບໍ­ລິ­ສັດ​ອະ​ສັງ​ຫາ​ລິມະ​ຊັບຫວ່ານ ເຟີ້ງ​ຊຽງ​ໄຮ້ ສປ ຈີນ ຈຳ­ກັດ ເຂົ້າ​ພັດ­ທະ­ນາ​ໃນເນື້ອ­ທີ່ 365 ເຮັກ­ຕາ, ກວມ​ເອົາ 6 ບ້ານ​ຂອງ ເມືອງ​ໄຊ​ເຊດ​ຖາ ແລະ ເມືອງ​ສີ​ສັດ­ຕະ​ນາກ ໂດຍ​ຈະ​ໃຊ້ທຶນ 12.800 ຕື້​ກີບ.

   ເຊິ່ງ​ມີ​ພິ­ທີ​ເຊັນ​ອະ­ນຸ­ຍາດ ໃນມື້­ວານ​ນີ້​ທີ່​ໂຮງ­ແຮມ​ດອນ​ຈັນພາ​ເລດ, ໃຫ້​ກຽດ​ເຂົ້າ​ຮ່ວມ​ເປັນສັກ­ຂີ​ພິ­ຍານ​ຂອງ ທ່ານ ສົມ​ສະຫວາດ ເລັ່ງ​ສະ​ຫວັດ, ຮອງ​ນາຍົກ​ລັດ­ຖະ­ມົນ­ຕີ, ຜູ້​ຊີ້​ນຳ​ວຽກງານ​ເສດ­ຖະ­ກິດ​ທັງ​ເປັນ​ປະ­ທານຂອງ​ຄະ­ນະ​ກຳ­ມະ­ການ​ແຫ່ງຊາດ​ລາວ​ເພື່ອ​ຄຸ້ມ​ຄອງ​ເຂດເສດ­ຖະ­ກິດ​ພິ­ເສດ ແລະ ເຂດ​ເສດຖະ​ກິດ​ສະ­ເພາະ (ຄຂພສ) ແລະທ່ານ​ນາງ ປູ້​ຈຽນ​ກົ໋ວ ເອກ​ອັກ​ຄະລັດ​ຖະ​ທູດ ສປ ຈີນ ປະ­ຈຳ ສປປ ລາວ ເຊິ່ງ​ຕາງ­ຫນ້າ​ເຊັນ​ຝ່າຍລາວ​ແມ່ນທ່ານ​ນາງ ບຸນ​ເພັງ ມູນ​ໂພ​ໄຊ ລັດ­ຖະ­ມົນ­ຕີ​ປະ­ຈຳຫ້ອງ​ວ່າ­ການ​ລັດ­ຖະ­ບານ, ຮອງປະ­ທານ, ຜູ້​ປະ­ຈຳ­ການ ຄຂພສ; ທ່ານ ອະ­ນຸ​ພາບ ຕຸ­ລາ​ລົມ ຮອງເຈົ້າ​ຄອງ​ນະ­ຄອນ­ຫລວງ​ວຽງຈັນ ແລະ ຕາງ­ຫນ້າ​ບໍ­ລິ­ສັດ​ເຊັນແມ່ນ ທ່ານ ກົວ​ພິງ​ຫວງ ປະ­ທານບໍ­ລິ­ສັດ​ອະ­ສັງ­ຫາ­ລິ­ມະ​ຊັບຫວ່ານ ເຟີ້ງ ຊຽງ​ໄຮ້ ສປ ຈີນ ຈຳ­ກັດ.

   ກອງ​ເລ­ຂາ​ຄະ­ນະ​ກຳ​ມະ ການ​ເພື່ອ​ຄຸ້ມ​ຄອງ​ເຂດ​ເສດ​ຖະກິດ​ພິ­ເສດ ແລະ ເຂດ​ເສດ­ຖະ­ກິດ ສະ­ເພາະ​ລາຍ​ງານ​ວ່າ: ໂຄງການ​ຢູ່​ເຂດ​ບຶງ​ທາດ­ຫລວງ​ແມ່ນກຳ­ນົດ​ເປັນ​ເຂດ​ເສດ­ຖະ­ກິດ​ສະ ເພາະ​ເພື່ອ​ພັດ­ທະ­ນາ​ໃຫ້​ເປັນ​ເຂດຕົວ​ເມືອງ​ທ່ອງ​ທ່ຽວ​ຫນອງ​ນ້ຳທຳ​ມະ​ຊາດ ແລະ ວັດ­ທະ­ນະ­ທຳທີ່​ຕິດ​ພັນ​ກັບ​ຮ່ອງ­ຮອຍ​ປະ­ຫວັດສາດ ເຊິ່ງ​ຈະ​ມີ​ການ​ກໍ່­ສ້າງ​ເຂດສວນ​ທຳ​ມະ​ຊາດ, ເຂດ​ຂຽວ, ສວນ​ດອກ​ໄມ້, ສວນ​ສາ​ທາ​ລະນະ​ເພື່ອ​ການ​ພັກ­ຜ່ອນ; ສ້າງຫນອງ​ນ້ຳ​ໃຫຍ່​ໃຈ­ກາງ​ເມືອງ ພ້ອມ​ທັງ​ລະ­ບົບ​ລະ­ບາຍ​ນ້ຳ; ສ້າງ​ຖະ­ຫນົນ​ພາຍ​ໃນ​ເຂດ, ປະຕູ​ໂຂງ​ເຂົ້າ-ອອກ​ເຂດ; ສ້າງ​ເຂດສູນ​ກາງ​ກີ­ລາ, ສູນ​ການ​ຄ້າ ແລະ ການ​ບໍ­ລິ­ການ​ປະ­ກອບ​ມີໂຮງ­ແຮມ​ລະ­ດັບ 5 ດາວ, ຮ້ານ ຊັບ​ພະ​ສິນຄ້າ ແລະ ສະ­ຖານ­ທີ່ບັນ­ເທີງ​ຕາມ​ລະ­ບຽບ​ການ​ຂອງ ສປປ ລາວ.

   ພ້ອມ​ນີ້​ ຍັງ​ຈະ​ສ້າງ​ເປັນ​ເຂດທີ່­ຢູ່​ອາ­ໄສ​ປະ­ກອບ​ດ້ວຍ: ເຮືອນວິນ​ລາ​ລະ­ດັບ​ສູງ​ແບບ​ວັດ­ທະ­ນະທຳ​ລາວ, ແບບ​ເອີ​ຣົບ ແລະ ເຮືອນ​ພັກ​ແບບ​ອາ­ພາດ​ເມັນ; ສິ່ງປຸກ​ສ້າງ​ເພື່ອ​ສະ­ຫນອງ​ໃຫ້​ແກ່ການ­ທ່ອງ­ທ່ຽວ​ທີ່​ຕິດ​ພັນ​ກັບຮ່ອງ­ຮອຍ​ປະ­ຫວັດ­ສາດ ແລະ ວັດ­ທະ­ນະ­ທຳ​ຂອງ​ຊາດ; ສ້າງຕັ້ງ​ສຳ­ນັກ­ງານ​ຫ້ອງ­ການ​ຂອງເຂດ, ກໍ່­ສ້າງ​ສະ­ຖານ­ທີ່​ບຳ­ບັດນ້ຳ​ເປື້ອນ ແລະ ກຳ­ຈັດ​ສິ່ງ​ເສດ ເຫລືອ.

   ເນື້ອ­ທີ່​ທັງ​ຫມົດ​ຂອງ​ໂຄງການ 365 ເຮັກ­ຕາ, ແຕ່​ໃນ​ໄລຍະ​ເບື້ອງ​ຕົ້ນ​ຈະ​ນຳ​ໃຊ້​ເປັນ​ເຂດການ​ພັດ­ທະ­ນາ 303 ເຮັກ­ຕາ ແລະ ຮັກ­ສາ​ໄວ້​ເປັນ​ເຂດ​ກັນ​ຊົນ 62 ເຮັກ­ຕາ. ເຊິ່ງ​ກວມ​ເອົາ 6 ບ້ານ​ຂອງ​ເມືອງ​ໄຊ​ເຊດ​ຖາ ແລະ ເມືອງ​ສີ​ສັດ­ຕະ​ນາກ​ຄື: ບ້ານເມືອງ​ນ້ອຍ, ໂນນ​ຫວາຍ, ໂນນຄໍ້​ເຫນືອ, ໂພນ​ທັນ, ໂພນ​ປ່າ​ເປົ້າ ແລະ ບ້ານ​ດອນ​ກອຍ, ໂດຍ​ຈະໃຊ້​ເງິນ​ເຂົ້າ​ໃນ​ການ​ພັດ­ທະ­ນາ ທັງ​ຫມົດ​ປະ­ມານ 12.800 ຕື້ກີບ. ສ່ວນ​ໄລ­ຍະ​ສຳ​ປະ­ທານ ແມ່ນ​ອີງ​ຕາມ​ກົດ­ຫມາຍ​ຂອງການ​ລົງ­ທຶນ ແລະ ກົດ­ຫມາຍ ຂພສ ໂດຍ​ຈະ​ດຳ­ເນີນ​ການ​ກໍ່ສ້າງ​ໃນ​ເດືອນ​ກຸມ­ພາ​ປີ 2012.

ECOM

__________________
Anonymous

Date:

ຍີ່ປຸ່ນເປັນຜູ່ອອກແບບ ຈີນເປັນຄົນສ້າງ ລາວເປັນຜູ່ຊົມໃຊ້.

__________________
ດອນລ່າ ສີຂຽວ

Date:

Anonymous wrote:

ຍີ່ປຸ່ນເປັນຜູ່ອອກແບບ ຈີນເປັນຄົນສ້າງ ລາວເປັນຜູ່ຊົມໃຊ້.

ລາວນອກໃຈດີ ຈ່າຽດອນລ່າຟຮີໆຢ່າງບໍ່ອັ້ນຂໍໃຫ້ໃດ້ປັ້ນເຂົາໜຽວຮ້ອນແຈ່ວບອງ ເນາະ ນ້ອງເນາະ.

__________________
Anonymous

Date:

ຂອບໃຈນຳພັກແລະລັດ ທີ່ມີຄວາມຮັກຕໍ່ປະຊາຊົນລາວ ທີ່ທຸກຍາກມາໃດ້100 ປີແລ້ວ ຖ້າສລາດແທ້ຄວນຈະໃຫ້ອົງການສະຫະປະຊາຊາດເອົາເງີນດອນລ່າໄປເປັນການກຸສົນຈ່າຽໃຫ້ເປັນທືນສັງຄມສົງເຄາະ ຍີ່ງເປັນການສະຫຼາດຂື້ນອີກ ເພາະຜູ້ຄົນທີ່ຕົກກຳລຳບາກແລະເປັນໃພສົງຄາມທີ່ພວກທ່ານທັງຫຼາຽສ້າງຄວາມຮູູນແຮງມາຫຼາຽແລ້ວ ສົມຄວາມວ່າຮັກຊາດ ຕ້ອງພັດທະນາ ແລະສົມຄວນທີຮັກປະຊາຊົນ ຕ້ອງຈ່າຽເງີນປະກັນໃພສັງຄົມມະນູດຊາດທຸກຕາມສົມຄວນດັ່ງນາໆຊາດເຂົາທຳກັນຍີ່ງເປັນການເລີດ.

__________________
Anonymous

Date:

"ປູປາຫອຽກູ້ງຊີວ ກົບຂຽດເຫັນດີໝົດ ບໍ່ເຫັນດີ ແມ່ນ ງູເຖົ້າງູບູຮານ ທີ່ເຂົາເອີ້ນວ່າ ລັດທິຜີມານຊາຕານ"

__________________
Anonymous

Date:

Anonymous wrote:

"ປູປາຫອຽກູ້ງຊີວ ກົບຂຽດເຫັນດີໝົດ ບໍ່ເຫັນດີ ແມ່ນ ງູເຖົ້າງູບູຮານ ທີ່ເຂົາເອີ້ນວ່າ ລັດທິຜີມານຊາຕານ"

                 long live LAO pdr.we all love LAOS!!!

__________________
Anonymous

Date:

koy hen dee mod!!smile

__________________
Anonymous

Date:

Anonymous wrote:

"ປູປາຫອຽກູ້ງຊີວ ກົບຂຽດເຫັນດີໝົດ ບໍ່ເຫັນດີ ແມ່ນ ງູເຖົ້າງູບູຮານ ທີ່ເຂົາເອີ້ນວ່າ ລັດທິຜີມານຊາຕານ"

 ກ່ອນຊິບິນໄຫ້ເບິ່ງວ່າຕົນເອງມີປີກແລ້ວບໍ່ ເໝືອນໂຄງການລົດໄຟຄວາມໄວສູງຮອດໃສແລ້ວ

__________________
Anonymous

Date:

ຍີ່ປຸ່ນເປັນຜູ່ອອກແບບ ຈີນເປັນຄົນສ້າງ ຜົນກະທົບຄືປະຊາຊົນລາວ

ພັກລັດໄດ້ ສ່ວນແບ່ງໃນໂຄງການ

__________________
Anonymous

Date:

ຄົນໃນວົງການລັດຖະບານແລະເຄືອຄະນະຍາດຂອງພວກເພິ່ນຜູ່ທີ່ມີສ່ວນຮ່ວມໃນໂຄງການຈະໄດ້ຜົນປະໂຫຍດຫຼາຍກ່ວາ ສ່ວນລັດຖະບານຈະເກັບພາສີໄດ້ຕາມຄາດໝາຍຫຼືບໍ່ນັ້ນ ຕ້ອງໄດ້ເບິ່ງກັນໄປ.

__________________
KPS

Veteran Member

Status: Offline
Posts: 66
Date:

ມີຫລາຍສິ່ງຫລາຍຢ່າງທີ່ຄວນພັດທະນາ ເປັນຫຍັງຄືບໍ່ເລືອກສິ່ງທີ່ມັນຈໍາເປັນກ່ອນ
ບໍ່ເຂົ້າໃຈລັດຖະບານຄືກັນ,

ລົດນັບມື້ແຮງຫລາຍຂື້ນແຕ່ ຖະໝົນຫົນທາງ ນັບມື້ນັບແຄບເຂົ້າ, ປັບປຸງຖະໜົນຫົນທາງກ່ອນຊິບໍ່ດີກ່ວາບໍ່

__________________
Anonymous

Date:

ແນວວ່າຄົນຈົນ ໃຜໃຫ້ອີ່ຫຍັງກະຕ້ອງເອົາໄວ້ກ່ອນ ສ່ວນຜົນກະທົບຈັ່ງຄ່ອຍວ່າກັນຕາມທີຫຼັງ ເຣຶ່ອງພາສອກພາສີນັ້ນມັນກໍຫາກພໍໄດ້ ແຕ່ຈະເຂົ້າຖົງໃຜນັ້ນຍັງບໍ່ຮູ້. ເຫັນໂຄງການພັດທະນາ ເຂດດສດຖກິດພິເສດ ຜຸດຂື້ນປານດອກເຫັດແລ້ວ ກໍໜ້າພູມໃຈ ນໍາຄົນລາວທີ່ຈະມີວຽກເຮັດ ງານທໍາເພີ່ມຂື້ນ ແຕ່ຈະເປັນດັ່ງຄິດຫຼືບໍ່ກໍຄ່ອຍເບິ່ງກັນໄປ ສົງກະສັຍງານນີ້ ປະຊາກອນລາວ ອາດເພີ່ມຂື້ນອີກຫຼາຍໝື່ນຄົນ.

 ແນວນາຍວ່າ ປະຊາບໍ່ໃດ້ເວົ້າດິນແດນເຈົ້ານາຍເວົ້າກໍ່ຕ້ອງເອີ.

ເລື່ອງໄຫຍ່ເຊັ່ນນີ້ນັກຮຽນຮູ່ປັນຍາຊົນ ພ້ອມຄົນທຳມະດາທີ່ບໍ່ມີໂອກາດຕັດສິນໃຈນຳເຈົ້າ-ນຳນາຍ ຢ່າງນ້ອຍກໍ່ຄວນໃດ້ລົງປະຊາມະຕິນຳກໍ່ຍັງດີ, ໃນອານາຄົດຄັ້ງໜ້າບຶງທາດຫລວງຈະເລີນ, ປະຊາກອນ ລາວກ້າວໜ້າ, ຫາກິນງາຍ, ນາຍຈ້າງດີ, ມີງານທຳ, ພວກເຂົາກໍ່ຈະໃດ້ດີໃຈຍິ່ງຂື້ນວ່າ ເຂົາເຈົ້າກໍ່ເປັນ ສ່ວນນຶ່ງໃນການເຫັນດີເລື່ອງການພັດທະນາບຶງທາດຫລວງ.

ນີ້ລະນໍຍ່າງນຳຫລັງຜູ້ໄຫຍ່ໝາບໍ່ກັດ ໃນເມື່ອຜູ້ໄຫຍ່ຫາຍຜູ້ຢ່າງຕາມຫລັງອາດບໍ່ຈັກທາງໄປ.

__________________
Anonymous

Date:

KPS wrote:

ມີຫລາຍສິ່ງຫລາຍຢ່າງທີ່ຄວນພັດທະນາ ເປັນຫຍັງຄືບໍ່ເລືອກສິ່ງທີ່ມັນຈໍາເປັນກ່ອນ
ບໍ່ເຂົ້າໃຈລັດຖະບານຄືກັນ,

ລົດນັບມື້ແຮງຫລາຍຂື້ນແຕ່ ຖະໝົນຫົນທາງ ນັບມື້ນັບແຄບເຂົ້າ, ປັບປຸງຖະໜົນຫົນທາງກ່ອນຊິບໍ່ດີກ່ວາບໍ່

ພັດທະນາບຶງທາດຫລວງເຮັດໃຫ້ GDP ຂອງລາວເພິ້ມຂຶ້ນໄວ ແລະແນ່ນອນ ປະເທດລາວຈະໄດ້ອອກຈາກບັນຊີຂອງປະເທດດ້ອຍພັດທະນາໄວຂຶ້ນ ຄົນລາວກໍ່ຈະມີໜ້າມີຕາໃນວົງສັງຄົມສາກົນຫລາຍຂຶ້ນ. ຂໍໂທດທີ່ເຫັນແຕກຕ່າງກັບທ່ານ.

__________________
Anonymous

Date:

ຂ້ອຍບໍ່ເຫັນດີເພາະວ່າຂ້ອຍບໍ່ມີບ່ອນລ້ຽງເປັດ

__________________
Anonymous

Date:

Anonymous wrote:

ຂ້ອຍບໍ່ເຫັນດີເພາະວ່າຂ້ອຍບໍ່ມີບ່ອນລ້ຽງເປັດ

ເອົາມາລ້ຽງຢູ່ໜອງອີ່ເລີງນໍາພວກຂ້ອຍກໍ່ໄດ້ເນີພໍ່ອາວ, ຍິນດີຕ້ອນຮັບ. ຢ່າລືມຫອບເງິນຄ່າຊົດເຊີຍມານໍາໃດ໋ລະ ຮາໆໆໆໆ.

__________________
Anonymous

Date:

ໜອງອີ່ເລີງຢູ່ໃສ່ນໍ? ເງິນຊົດເຊີຍເພີ່ນໃຫ້ນ້ອຍຈ້າງລົດໄປຫາເຈົ້າກໍໝົດແລ້ວ

__________________
Anonymous

Date:

Anonymous wrote:

ໜອງອີ່ເລີງຢູ່ໃສ່ນໍ? ເງິນຊົດເຊີຍເພີ່ນໃຫ້ນ້ອຍຈ້າງລົດໄປຫາເຈົ້າກໍໝົດແລ້ວ

 ອີ່ເລີງ ກະແມ່ນໜອງ .ໜອງອີ່ເລີງນີ້ສົງໄສແມ່ນຢູ່ຫາງດອນຮີ ເມືອງໂຂງພຸ້ນເດີ ເພາະເຄີຍໄດ້ຍິນເຂົາເອີ້ນ ນາອີເລີງ

__________________
Anonymous

Date:

ໝອງອິ່ເລີງບໍ່ແມ່ນຢູ່ຫາງດອນຮີເດີ,ຢູ່ຮີທາດເບື້ອງຕາເວັນໃກ້ກັບຫາງດອນເຄົາເດີ,ບ້ານເຈົ້າຢູ່ໃສຈິ່ງຮູ້ໝອງອິ່ເລີງ

__________________
Anonymous

Date:

koi hen dee mod , because koi beua phuck tob nothing change. xom xeuy lao pdr. i'm get sick and tire of phuck tob in my entire life there is nothing change, nothing gonna get any better please change !!! i want to see something else please!!!!

__________________
Anonymous

Date:

ເຈົ້າມີແນວຄິດຂາຍຊາດຂາຍແຜ່ນດິນ ບໍ່ດີ

 ຂ້ອຍກະເປັນຄົນແຖວນີ້ແລ້ວ ແຕ່ອອກຈາກບ້ານຕັ້ງແຕ່ອາຍຸ 8ປີ ພຸ້ນເລີຍບໍ່ຈື່ປານໃດ ພີ່ນ້ອງຂ້ອຍຢູ່ບ້ານນາອີ່ເລີງນີ້ກະມີ ນາຄອນລ້ຽວກະມີ ດອນພານເຄົາແຫ່ງຫຼາຍ ເວົ້າມາແລ້ວຄິດຮອດ.

__________________
Anonymous

Date:

ຕອນຍັງນ້ອຍ ຂ້ອຍເຫັນພໍ່ຕູ້ຕັດເອົາກ້ານຜັກຕົບ(water hyscinth)ມາຜ່າທາງຍາວ ຈັກເປັນເສັ້ນນ້ອຍໆແລບໆ ຕາກໃຫ້ແຫ້ງແລ້ວເອົາມາສານເປັນຖົງພາຍ ແລະໝວກ. ຕໍ່ມາກໍ່ມີຄົນວຽດມາຂໍຊື້ໄປເກືອໄກ່ງວງ.

ບ້ານໂພນທັນທີ່ເພິ່ນເວົ້າເຖິງແມ່ນໂພນທັນໃຕ້ເບາະ? ຫລືໂພນທັນເໜືອ?

__________________
Anonymous

Date:

ຍີ່ປຸ່ນອອກແບບ ຄືບໍ່ໃຫ້ ເຂົາສ້າງໃຫ້ເລີຍ...

ຂພຈ ມັກວິທີເຮັດວຽກ ແລະ ເລື່ອງ ເຕັກໂນໂລຊີມາຈາກ ຍີ່ປຸ່ນ.

__________________
Anonymous

Date:

ຈາກຮູບນີ້

vt-marsh.jpg

 ກາຍມາເປັນຮູບນີ້

p1.jpg

__________________
Anonymous

Date:

koi hen dee 1000%.  so sicked and tired of my entire life with nong phuck tob,nothing changed go ahead lathabane euy sangload.

__________________
Anonymous

Date:

ຮູບທີ່ເຈົ້າເຫັນຂ້າງເທິງນັ້ນຄືຄວາມເປັນຈິງຂອງບຶງທາດຫຼວງ ແຕ່ຮູບຂ້າງລຸ່ມນັ້ນ ຄືຄວາມຝັນ ແລະຄວາມຫວັງ ຂອງຄົນລາວ. ແຕ່ຄວາມຝັນນີ້ຈະເປັນຈິງສໍ່າໃດເຮົາກໍຕ້ອງຕິດຕາມກັນໄປ, ສິ່ງນຶ່ງທີ່ເຮົາຄວນຄໍານຶງເຖິງການພັດທະນານີ້ ໂຄງການນີ້ສ້າງວຽກເຮັດງານທໍາໃຫ້ແຮງງານລາວ ເຮົາຫຼາຍປານໃດ,

__________________
Anonymous

Date:

I like your commences, however, if we are ready to go why it should be China? nowsaday Laos is belong to China bit by bit and maybe we have to protest China in our own countryno like in many places namely Tibet, Malaysia

__________________
ຄົນກຳລັງບໍ່ມີບ່ອນຊິຢູ່

Date:

ຂ້ອຍກະເຫັນດີນຳການພັດທະນາ

ຊ່ວຍບອກຂ້ອຍແດ່ ວ່າເພີ່ນຈະໄຫ້ໄປອົກພະຍົກໄປຢູ່ໃສ ແລ້ວຄ່າຕອບແທນຈະໄດ້ເທົ່າໃດ ?

__________________
Anonymous

Date:

ຄົນກຳລັງບໍ່ມີບ່ອນຊິຢູ່ wrote:

ຂ້ອຍກະເຫັນດີນຳການພັດທະນາ

ຊ່ວຍບອກຂ້ອຍແດ່ ວ່າເພີ່ນຈະໄຫ້ໄປອົກພະຍົກໄປຢູ່ໃສ ແລ້ວຄ່າຕອບແທນຈະໄດ້ເທົ່າໃດ ?

ບໍ່ມີໃຜຖືກຍົກຍ້າຍເພາະໂຄງການນີ້ບໍ່ໄດ້ກວາມເນື້ອບ່ອນຢູ່ອາໃສ ຂອງປະຊາຊົນ ກວາມເອົາແຕ່ດິນນາແລະເຂດບຶງເທົ່ານັ້ນ, ສ່ວນ ຄ່າຊົດເຊີຍ ເພິ່ນຈະໃຊ້ຕາມລາຄາທ້ອງຕະລາດ. ເວົ້່າຕາມຂ່າວທີ່ ໄດ້ອ່ານຢູ່ເວັບLaovoicesເດີ ຖ້າເຂົ້າໃຈຜິດກໍ່ຂໍໂທດນໍາ.

__________________
ຄົນບໍ່ມີບ່ອນຊິຢູ່

Date:

ຍີ່ປຸ່ນເປັນຜູ່ອອກແບບ ຈີນເປັນຄົນສ້າງ ລາວເປັນຜູ່ຊົມໃຊ້.
ຂ້ອບຢາກຈະຖາມພວກທ່ານວ່າ ຄົນລາວຊົນຊັ້ນໃດຈື່ງມີສີດຊົມໄຊ້ : ເຮືອນວິນ​ລາ​ລະ­ດັບ​ສູງ​ແບບ​ວັດ­ທະ­ນະທຳ​ລາວ, ແບບ​ເອີ​ຣົບ ໂຮງແຮມລະດັບ 5 ດາວ
 ແລະ ປະຊາຊົນທຳມະດາມີສິດຊົມໄຊ້ບໍ່ ຫຼື ວ່າເພີ່ນສ້ສງໄຫ້ສຳລັບຄົນລວຍເທົ່ານົັ້ນ ປະຊາຊົນທຳມະດາຈຳຕ້ອງໄດ້ພາກັນຫຼີກໜີເພາະວ່າບໍ່ມີສີດໂຕ້ຖງຽແມ່ນບໍ່?

__________________
Anonymous

Date:

ຄົນບໍ່ມີບ່ອນຊິຢູ່ wrote:

 ສ້ສງ    ເເບບນີ້ອ່ານແນວໃດ

__________________
Anonymous

Date:

ຂໍໂທດ ພີມຜີດ ( ສ້າງ )

__________________
Anonymous

Date:

ແນວທາງອັນສະຫຼາດສ່ອງໃສ ຂອງພວກຂີ້ກາກ ໂກງບ້ານກິນເມືອງ ແທນທີ່ສິເຮັດໃຫ້ປ/ຊ ຢູ່ດີມີສຸກ ຊ້ຳໄປໄຫຼ່ເຂົາເຈົ້າໜີຈາກເຮືອນຊານບ້ານຊ່ອງທີ່ແໜ້ນໜາໄປຢູ່ສະລຳ ປ/ຊ ລາວຢາມໃດກໍ່ຖືກໄລ່ລ່າມາຕະຫຼອດ ສະໄໝກ່ອນແມ່ນ ພວກໝາສະຫຍາມກິນຂີ້ ໄລ່ເຂັນຂ້າກວາດຕ້ອນເອົາໄປເປັນຂ້ອຍຂ້າມ້າໃຂ້ຢູ່ບ້ານມັນ ມາເຖີງສະໄໝນີ້ແມ່ນພວກ ສະຫຼາດສ່ອງໃສ ເປັນຜູ້ເຮັດແທນ ຍັງອີກດົນປານໃດປ/ຊລາວຈີ່ງສິມີໂອກາດໃຊ້ສິດຂອງຕົນຢ່າງເຕັມທີ່ເດ່ນໍ ຄິດມາແລ້ວເຈັບໃຈ.

__________________
Anonymous

Date:

Anonymous wrote:

ຈາກຮູບນີ້

vt-marsh.jpg

 ກາຍມາເປັນຮູບນີ້

p1.jpg

 ນອນຫລາຍກະຝັນຫລາຍ....ຫິວຫລາຍກະກິນຫລາຍ

ຢາກອວດຫລາຍກະເອົາແຕ່ຮູບແຕ້ມມາອວດບ້ານອວດເມືອງ

ໂອ້ ລືມຖາມ... ອັນລາງລົດໄຟຄວາມໄວສູງ ສິວາງໃສແບບໃດ ບ່ອນໃດ ?

ແຕ້ມງາມໆ ມາໃຫ້ອີ່ຫນູເບິ່ງນຳແນ່ ....ອອນຊອນເດ !

ເທື່ອຫນ້າເທື່ອໃນ ຢາກສ້າງຫຍັງປູກຫຍັງກະ ໃຫ້ສ້າງແລ້ວລຽບລ້ອຍກ່ອນ ແລ້ວຈຶ່ງຄ່ອຍຖ່າຍເອົາຮູບແທ້ມາໃຫ້ເບີ່ງເດິ ...ໄດ້ຍິນບໍ່ ?

ເບື່ອເບິ່ງຮູບແຕ້ມແລ້ວ ຢາກເຫັນແຕ່ໂຕແທ້.

__________________
Anonymous

Date:

ຮ້ວຍ ! ຈີນຊອງອັງເປົ່າແດງມັນທັງໃຫຍ່ທັງໜັກ ຟາດຫົວຜູ້ເຖາຜູ້ໜຸ່ມ ກລືມທາດແທ້ປະຕິວັດໝົດໂລດແລ້ວ ! ເປັນຕາຫົວ ດຽວນ ຄອມມູນິດພວມເຮັດໃຫ້ຄອມມູນິດນຳກັນເສຍສູນ ເສຍຫລັກ 5555555555555

ຜັດໃຫ້ ບກາຍ 5 ຫລື 10 ປີ ຄົນລາວຈະເປັນຊົນເຜົ່າສ່ວນໜ້ອຍ ຈະຖືກເຕະອອກໄປຢູ່ຊົນນະບົດໝົດ ! ໃນເມືອງຈະມີແຕ່ຈີນ, ຫວຽດ ແລະ ເຈາຂຸນມຸນນາຍລາວທີ່ຮັ່ງມີລນຟ້າ ແລະພວກນັກທຸລະກິດ ນັກເລຍເພື່ອແລກລາຍເຊັນທັງຫລາຍ ! ຄົນລາວຈະເປັນໜຈີນຢ່າງເງີຍຫົວບຂນຕະຫລອດໄປ ຍ້ອນລັດຖະບານທີ່ແສນຮັກສ້າງໄວ້ໃຫ້ ! ອີ່ຕົນລູກຫລານລາວທີ່ຍັງນ້ອຍແລະທີ່ກຳລັງຈະມືນຕາອອກມາເບີ່ງໂລກເດ່ ! ລອດຕີນສນແມ່ອອກມາ ມີໜຖ້ວມຫົວໂລດ no

__________________

Veteran Member

Status: Offline
Posts: 25
Date:

ແລ້ວຄົນລາວຊິໄດ້ໄປຢູ່ບໍ່

__________________
b
Anonymous

Date:

salavanh wrote:

ແລ້ວຄົນລາວຊິໄດ້ໄປຢູ່ບໍ່

 ທ້າວນີ້ຖາມແບບຂີ້ຄ້ານ ຜູ້ອຶ່ນອ່ານແລ້ວກໍບໍຄິດຢາກຕອບ

__________________
Anonymous

Date:

ເພາະມີຄົນລາວເຊື້ອສາຍຈີນຈະໃຫ້ຄົນລາວກາຍພັນເປັນຈີນ ອີກ 50 ປີຂ້າງໜ້າ

...

__________________
Anonymous

Date:

Anonymous wrote:

ຮ້ວຍ ! ຈີນຊອງອັງເປົ່າແດງມັນທັງໃຫຍ່ທັງໜັກ ຟາດຫົວຜູ້ເຖາຜູ້ໜຸ່ມ ກລືມທາດແທ້ປະຕິວັດໝົດໂລດແລ້ວ ! ເປັນຕາຫົວ ດຽວນ ຄອມມູນິດພວມເຮັດໃຫ້ຄອມມູນິດນຳກັນເສຍສູນ ເສຍຫລັກ 5555555555555

ຜັດໃຫ້ ບກາຍ 5 ຫລື 10 ປີ ຄົນລາວຈະເປັນຊົນເຜົ່າສ່ວນໜ້ອຍ ຈະຖືກເຕະອອກໄປຢູ່ຊົນນະບົດໝົດ ! ໃນເມືອງຈະມີແຕ່ຈີນ, ຫວຽດ ແລະ ເຈາຂຸນມຸນນາຍລາວທີ່ຮັ່ງມີລນຟ້າ ແລະພວກນັກທຸລະກິດ ນັກເລຍເພື່ອແລກລາຍເຊັນທັງຫລາຍ ! ຄົນລາວຈະເປັນໜຈີນຢ່າງເງີຍຫົວບຂນຕະຫລອດໄປ ຍ້ອນລັດຖະບານທີ່ແສນຮັກສ້າງໄວ້ໃຫ້ ! ອີ່ຕົນລູກຫລານລາວທີ່ຍັງນ້ອຍແລະທີ່ກຳລັງຈະມືນຕາອອກມາເບີ່ງໂລກເດ່ ! ລອດຕີນສນແມ່ອອກມາ ມີໜຖ້ວມຫົວໂລດ no

ກໍດີແລ້ວເດ ຖຶກເຂົາຖີມອອກມາຢູ່ນອກ ຄົນສະຫລາດຫລາຍ ຍ່ອມເປັນເຍຶ່ອຂອງຄົນສະຫລາດນ້ອຍ, ຂັ້ນຕົນເອງຮູ້ຕົວວ່າຕົນເອງ ມີຄວາມສະຫລາດນ້ອຍ ກໍຕ້ອງປ່ອຍໃຫ້ ພີ່ນ້ອງໃຫ່ມ ເຂົາມາຊ່ວຍປົກຄອງ ແລະຄິດໄລ່ ສ່ວນພວກເຮົາ ທີ່ເປັນລຸ່ມ ແລະເຈົ້າຂອງປະເທດໂດຍກໍາເນີດ ກໍຕ້ອງມີນໍ້າໃຈເປັນນັກກິລາ ສິ່ງໃດເຮົາບໍ່ຮູ້ ເຮົາກໍຈໍາໃຈຕ້ອງ ໃດ້ປ່ອຍໂອກາດ ໃຫ້ພີ່ນ້ອງໃຫ່ມເຮົາມາບອກມາສອນ ພວກທີ່ບໍ່ເປັນສາແຕກແທ້ໆ ກໍຕ້ອງໃດ້ລໍຄິວ ອະນຸມັດຈາກ

ຣັຖບານ ຜູ້ສະຫລາດສ່ອງໃສ ປົດປ່ອຍສະຫາຍແລ້ວ ອອກກີນເບັ້ຽບໍານານ ຫມາຍຄວາມ ອອກຈາກຕົວເມຶອງ ທີ່ເຈັກ ແລະວຽດຊອບຢູ່ ອອກ ຫລຶວ່າຫນີໄປຕາຍຢູ່ບ້ານເກີດ (ໄປເຂົ້າກະໂລ່ງ ຢູ່ບ້ານນອກພຸ້ນ) ປ່ອຍໃຫ້ພັກ Deal ກັບຄົນທີ່ສະຫລາດຫລາຍ ສ່ວນພວກສະຫລາດນ້ອຍ ຕ້ອງໃດ້ຕັດຫາງປ່ອຍ.

__________________
Anonymous

Date:

Anonymous wrote:

ເພາະມີຄົນລາວເຊື້ອສາຍຈີນຈະໃຫ້ຄົນລາວກາຍພັນເປັນຈີນ ອີກ 50 ປີຂ້າງໜ້າ

...

ຂ້ອຍຄິດວ່າເພິ່ນໃຫ້ຄົນຈີນທີ່ຮັ່ງມີມາຢູ່ບ້ານເຮົາຫຼາຍກໍ່ດີເພາະຄົນລາວຈະມີໂອກາດເລືອກຫຼາຍຂຶ້ນ ຢາກເອົາສາວແອັມກະເລືອກເອົາ ຢາກເອົາສາວໝ້ວຍກະເລືອກເອົາ. ຄົນຈີນທີ່ມາເກີດແລະໃຫຍ່ຢູ່ເມືອງລາວເຂົາກໍ່ຮັກແລະຫວງແຫນເມືອງລາວຄືກັນກັບບ້ານເມືອງຂອງເຂົາເຈົ້າ, ບໍ່ແມ່ນຫວາ? ເບິ່ງຕົວຢ່າງທ່ານສົມສະຫວາດ ເລັ່ງສະຫວັດ ເພິ່ນມີເຊື້ອຈີນແຕ່ເພິ່ນກະເສຍສະລະທຸກຢ່າງເພື່ອຊາດລາວແລະເພື່ອປະຊາຊົນລາວ. ຂໍໂທດຖ້າຄິດບໍ່ຄືເຈົ້າ.

__________________
Anonymous

Date:

ແມ່ນໃຜເຫັນດີ ນໍາໂຄງການນີ້ແດ່

Chinese firm to spend US$1.5b to develop That Luang marsh

The government has given the green light for a Chinese company to develop the 365-hectare That Luang marsh area of Vientiane as a specific economic zone, to stimulate socio-economic development in Laos.

The agreement to develop the marsh was reached yesterday in Vientiane between the government and the Wan Feng Shanghai real estate company of China.

Minister to the Government Office and Vice President of the Lao National Committee for Special Economic Zones (NCSEZ) Ms Bounpheng Mounphosay and Vice Mayor of Vientiane Mr Anouphab Tounalom represented the government in signing the agreement.

The Chinese side included Wan Feng Shanghai President Mr Guo Ping Huang and company representative Mr Wei Ping Zhou. The signing was witnessed by Deputy Prime Minister and NCSEZ President Mr Somsavat Lengsavad, Chinese Ambassador to Laos Ms Bujinguo, and other high ranking officials.

Under the agreement, Wan Feng Shanghai will spend 12,000 billion kip (more than US$1.5 billion) to develop the marsh into a tourist attraction and cultural centre.

The company will create a large lagoon in the centre of the new urban area and develop infrastructure in line with the government's plan to ensure that waste water is properly drained off.

Wan Feng Shanghai will build the new zone on 303 hectares and leave 62 hectares undeveloped. The project site includes six villages in Xaysettha and Sisattanak districts - Nonvai, Meuang Noi, Nonkhor Neua, Phonthan, Phonpapao and Donekoi.

The development will include open spaces, a public park, lagoon, drainage, roads, a sports centre, and trade and service centres that contain five-star hotels, shopping centres and entertainment venues.

The project will also include a residential area and facilities that it is hoped will attract tourists to Laos.

Mr Guo Ping Huang said the company believed it would take 15 to 20 years to complete the development.

The first phase is expected to start in February next year, when some facilities will be built for the Asia-Europe Meeting Summit in November.

It is envisaged that the project will provide an exciting new feature for Laos while creating an attractive environment that everyone can enjoy.

The project will not only generate revenue for Laos and boost economic growth but will also create jobs and enable local people to ease their poverty.

Vientianetimes

 Screen%2Bshot%2B2012-01-11%2Bat%2B11.26.21%2BAM.pngfree_P1.jpg73043_373944062694827_2010510829_n.jpg

ອີກຈັກປີ ຈຶ່ງຊິແລ້ວ ?disbeliefConstruction works on the US$1.6-billion That Luang marsh hmmThis area will be developed as an access road linking Phonthan T-junction to the That Luang marsh specific economic zone in Vientiane.

__________________
An²º

Date:

ກໍ່ເຫັນດີນໍາເພິ່ນແທ້ ເພາະຖ້ານັກລົງທຶນຕ່າງປະເທດເຂົ້າມາລົງທຶນຫຼາຍ

GDP ຂອງປະເທດລາວກໍ່ເພິ້ມຂຶ້ນຫຼາຍ ແລະປະເທດລາວກໍ່ຈະຫຼຸດພົ້ນ

ອອກຈາກຄວາມຍາກຈົນໄວໆຕາມຄາດໝາຍ, ຮອດປີ 2020 ປະເທດ

ລາວກໍຈະຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ ແລະຮອດເວລານັ້ນ

ລັດຖະບານລາວກໍ່ຈະບໍ່ໄດ້ອອກແຮງຍາດແຍ່ງການຊ່ອຍເຫຼືອຈາກສາກົນ

ອີກຕໍ່ໄປ.

__________________
ທາດຫຼວງ@2030

Date:

Anonymous wrote:

ແມ່ນໃຜເຫັນດີ ນໍາໂຄງການນີ້ແດ່

Chinese firm to spend US$1.5b to develop That Luang marsh

The government has given the green light for a Chinese company to develop the 365-hectare That Luang marsh area of Vientiane as a specific economic zone, to stimulate socio-economic development in Laos.

The agreement to develop the marsh was reached yesterday in Vientiane between the government and the Wan Feng Shanghai real estate company of China.

Minister to the Government Office and Vice President of the Lao National Committee for Special Economic Zones (NCSEZ) Ms Bounpheng Mounphosay and Vice Mayor of Vientiane Mr Anouphab Tounalom represented the government in signing the agreement.

The Chinese side included Wan Feng Shanghai President Mr Guo Ping Huang and company representative Mr Wei Ping Zhou. The signing was witnessed by Deputy Prime Minister and NCSEZ President Mr Somsavat Lengsavad, Chinese Ambassador to Laos Ms Bujinguo, and other high ranking officials.

Under the agreement, Wan Feng Shanghai will spend 12,000 billion kip (more than US$1.5 billion) to develop the marsh into a tourist attraction and cultural centre.

The company will create a large lagoon in the centre of the new urban area and develop infrastructure in line with the government's plan to ensure that waste water is properly drained off.

Wan Feng Shanghai will build the new zone on 303 hectares and leave 62 hectares undeveloped. The project site includes six villages in Xaysettha and Sisattanak districts - Nonvai, Meuang Noi, Nonkhor Neua, Phonthan, Phonpapao and Donekoi.

The development will include open spaces, a public park, lagoon, drainage, roads, a sports centre, and trade and service centres that contain five-star hotels, shopping centres and entertainment venues.

The project will also include a residential area and facilities that it is hoped will attract tourists to Laos.

Mr Guo Ping Huang said the company believed it would take 15 to 20 years to complete the development.

The first phase is expected to start in February next year, when some facilities will be built for the Asia-Europe Meeting Summit in November.

It is envisaged that the project will provide an exciting new feature for Laos while creating an attractive environment that everyone can enjoy.

The project will not only generate revenue for Laos and boost economic growth but will also create jobs and enable local people to ease their poverty.

Vientianetimes

 Screen%2Bshot%2B2012-01-11%2Bat%2B11.26.21%2BAM.pngfree_P1.jpg73043_373944062694827_2010510829_n.jpg

ອີກຈັກປີ ຈຶ່ງຊິແລ້ວ ?disbeliefConstruction works on the US$1.6-billion That Luang marsh hmmThis area will be developed as an access road linking Phonthan T-junction to the That Luang marsh specific economic zone in Vientiane.

 Mr Guo Ping Huang said the company believed it would take 15 to 20 years to complete the development.

   ຈຶ່ງຊິແລ້ວ ?

http://4.bp.blogspot.com/-S3zFHNhWBl4/Tvcmv7xLnAI/AAAAAAAAEiM/tgxhdyw7dP8/s320/p1.jpgimages?q=tbn:ANd9GcQ2DvH8xsvhki2XPgp8n2KYg2JHpkDf8TY9zfgs5hdT65P0BmwABDF85A0D-CB03-456B-BAF3-17900C500D1D_w640_r1_s.jpg

Vientiane authorities estimate that total investment of at least one trillion kip will be needed to develop this area. It is envisaged that about 55,000 people would live in the new development.According to a 2009 survey, Vientiane covers 3,920 sq km and has a population of 795,000. Authorities believe the population will double by 2030.

2808201197440.jpg

ແຜນຜັງຕົວເມືອງໃໝ່ ຢູ່ໜອງປີງ ຖືກສ້າງສຳເລັດ ໂດຍພື້ນຖານ

ໜອງ​ປີງ ແມ່ນ​ໜອງ​ທຳ​ມະ​ຊາດ​ອີກ​ແຫ່ງ​ໜຶ່ງ ຊຶ່ງ​ຕັ້ງ​ຢູ່​ເຂດ​ອ້ອມ​ຮອບ​ໃຈ­ກາງ​ຕົວ​ເມືອງ ມີ​ບົດ­ບາດ​ໃນ​ການ​ຮອງ​ຮັບ​ເກັບ​ກັກ​ນ້ຳ​ໃນ​ລະ­ດູ­ຝົນ ແລະ ບ່ອນ​ບຳ­ບັດ​ນ້ຳ​ເປື້ອນ​ໄຫຼ​ຜ່ານ​ ຮ່ອງ​ແຊງ ບຶງທາດ­ຫຼວງ ຊຶ່ງ​ໄລ­ຍະ​ບໍ່​ທໍ່​ໃດ​ປີ­ຜ່ານ­ມາ ໜອງ​ດັ່ງ­ກ່າວ​ແມ່ນ​ຖືກ​ຖົມ​ເພື່ອ​ປຸກ​ສ້າງ​ເຮືອນ​ອາ­ໄສ​ຊະ­ຊາຍ ໂດຍ​ບໍ່​ໄດ້​ມີ​ການ​ວາງ​ແຜນ ເຮັດ​ໃຫ້​ສະ­ພາບ​ແວດ​ລ້ອມ​ມີ​ການ​ປ່ຽນ­ແປງ ຖ້າ​ພວກ​ເຮົາ​ບໍ່​ມີ​ວິ­ທີ​ການ​ວາງ​ແຜນ​ຄຸ້ມ​ຄອງ​ແລ້ວ ຈະ​ເກີດ​ບັນ­ຫາ​ຕາມ​ມາ​ໃນ​ອະ­ນາ­ຄົດ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard